
ຕາມການລາຍງານຂອງພະແນກຄຸ້ມຄອງກວດກາທາງດ່ວນ ໃຫ້ຮູ້ວ່າ: ໃນເວລາ 07 ໂມງ 45 ນາທີ ຂອງວັນທີ 31 ກໍລະກົດ 2023, ໄດ້ມີອຸບປະຕິເຫດ ລົດກະບະ ໝາຍເລກທະບຽນ ກທ 3625 ກຳແພງນະຄອນ, ເສຍຫຼັກຕຳຮາວກັ້ນຂອບທາງ, ເກີດຂື້ນຢູ່ເສັ້ນທາງດ່ວນຂອບເຂດບ້ານນາຊອນ, ເມືອງນາຊາຍ, ນະຄອນຫຼວງວຽງຈັນ ດ້ານຜົນເສຍຫາຍ ພາຫະນະເປ່ເພ ສົມຄວນ 01 ຄັນ.

ຜ່ານສືບສວນ-ສອບສວນເບື້ອງຕົ້ນຈຶ່ງໄດ້ຮູ້ວ່າ ລົດກະບະ ໝາຍເລກທະບຽນ ກທ 3625 ກຳແພງນະຄອນ, ຂັບຂີ່ໂດຍ ທ້າວ ຫຼີຄາຍ, ອາຍຸ 35 ປີ, ສັນຊາດຈີນ, ອາຊີບກຳມະກອນ, ຢູ່ບ້ານນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໂດຍໃນມື້ເກີດເຫດຜູ້ກ່ຽວໄດ້ຂັບຂີ່ລົດອອກມາແຕ່ ນະຄອນຫຼວງວຽງຈັນ, ຜ່ານເສັ້ນທາງດ່ວນ ຈຸດປະສົງຈະມຸ້ງໜ້າໄປບ້ານນາຊອນ ແຕ່ພໍເດີນທາງມາຮອດເຂດບ້ານນາຊອນ, ໄດ້ເກີດອຸບປະຕິເຫດ ລົດເສຍຫຼັກແລ້ວໄປຕຳເອົາຮາວກັ້ນຂອບທາງດ່ວນ ເຮັດໃຫ້ພາຫະນະເປ່ເພສົມຄວນ 01 ຄັນ, ໂຊກດີທີ່ບໍ່ມີຜູ້ໄດ້ຮັບບາດເຈັບ, ສາເຫດການເກີດອຸບປະຕິເຫດໃນຄັ້ງນີ້ແມ່ນ ໃຊ້ຄວາມໄວເກີນກຳນົດ, ທາງເປັນທາງໂຄ້ງ, ສະພາບເສັ້ນທາງປຽກຊຸມ (ຝົນຕົກ).

ການໃຊ້ຄວາມໄວເກີນກຳນົດ ເປັນສາເຫດໜື່ງທີ່ມີຄວາມສ່ຽງສູງພາໃຫ້ເກີດອຸບປະຕິເຫດ ສຳລັບປະຊະຊົນ, ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນໃຊ້ຄວາມໄວຕາມປ້າຍທີ່ໄດ້ກຳນົດໄວ້ຕາມເສັ້ນທາງ ແຕ່ລະຂົງເຂດ, ບໍ່ວ່າຈະເປັນໃນເສັ້ນທາງດ່ວນ ຫຼື ເສັ້ນທາງທົ່ວໄປ ເພື່ອຄວາມປອດໄພ ກໍລະນີເກີດເຫດບໍ່ຄາດຄິດ ຈຶ່ງສາມາດສະກັດກັ້ນ ຫຼື ຫຼຸດຜ່ອນຄວາມເສຍຫາຍ ທີ່ຈະເກີດຂື້ນລົງໄດ້ ແລະ ປະຈຸບັນແມ່ນເຂົ້າສູ່ລະດູຝົນສະພາບເສັ້ນທາງບາງເສັ້ນ ເກີດການເປ່ເພ, ມີຂຸມ, ປຽກຊຸ່ມ ອາດເຮັດໃຫ້ເກີດອຸບປະຕິເຫດໄດ້ງ່າຍ, ຈົ່ງເຄົາລົບກົດຈະລາຈອນ ເພື່ອຄວາມປອດໄພຂອງຕົວທ່ານເອງ ແລະ ຄົນອ້ອມຂ້າງທີ່ກຳລັງສັນຈອນໄປມາຕາມເສັ້ນທາງ.
ຂ່າວ: ເພັງຕຸລາ.
