ຕາມການລາຍງານຂອງພະແນກຄຸ້ມຄອງກວດກາທາງດ່ວນໃຫ້ຮູ້ວ່າ ໃນວັນທີ 16 ກໍລະກົດ 2023, ເວລາ 19 ໂມງ 20 ນາທີ,ໄດ້ມີອຸບປະຕິເຫດ ລົດຈິບ ໝາຍເລກທະບຽນ ຣຫ 8886 ກຳແພງນະຄອນ, ເສຍຫຼັກຕຳຮາວກັ້ນຂອບທາງ, ເກີດຂື້ນຢູ່ເສັ້ນທາງດ່ວນຂອບເຂດບ້ານໂພນຄຳ, ເມືອງໂພນໂຮງ, ແຂວງວຽງຈັນ.

ຜ່ານສືບສວນ-ສອບສວນເບື້ອງຕົ້ນຈຶ່ງໄດ້ຮູ້ວ່າ ລົດຈິບ ໝາຍເລກທະບຽນ ຣຫ 8886 ກຳແພງນະຄອນ, ຂັບຂີ່ໂດຍ ທ້າວ Liu Chunyi, ອາຍຸ 35 ປີ, ສັນຊາດຈີນ, ອາຊີບຄ້າຂາຍ, ຢູ່ບ້ານສະພັງທອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ໂດຍໃນມື້ເກີດເຫດຜູ້ກ່ຽວໄດ້ຂັບຂີ່ລົດອອກມາແຕ່ ເມືອງວັງວຽງຜ່ານເສັ້ນທາງດ່ວນ ຈຸດປະສົງຈະມຸ້ງໜ້າໄປນະຄອນຫຼວງວຽງຈັນ ແຕ່ເດີນທາງມາຮອດເຂດບ້ານໂພນຄຳ, ໄດ້ເກີດອຸບປະຕິເຫດ ລົດເສຍຫຼັກແລ້ວໄປຕຳເອົາຮາວກັ້ນຂອບທາງດ່ວນ ເຮັດໃຫ້ພາຫະນະເປ່ເພສົມຄວນ 01 ຄັນ, ໂຊກດີຜູ້ຂັບຂີ່ແມ່ນບໍ່ໄດ້ຮັບບາດເຈັບ, ສາເຫດການເກີດອຸບປະຕິເຫດໃນຄັ້ງນີ້ແມ່ນ ໃຊ້ຄວາມໄວເກີນກຳນົດ, ສະພາບເສັ້ນທາງປຽກຊຸມ (ຝົນຕົກ).
ດ້ວຍຄວາມເປັນຫ່ວງຈາກ ກົມຕຳຫຼວດຈະລາຈອນ ຂໍຮຽກຮ້ອງມາຍັງພໍ່ແມ່, ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິລະມັດລະວັງ ເຄົາລົບກົດຈະລາຈອນ ເນື່ອງຈາກເຂົ້າສູ່ລະດູຝົນ ເຮັດໃຫ້ທາງປຽກຊຸ່ມ, ທາງເປ່ເພ, ມີຂຸມ ຖ້າໃຊ້ຄວາມໄວເກີນກຳນົດ ອາດມີຄວາມສ່ຽງພາໃຫ້ເກີດອຸບປະຕິເຫດໄດ້ງ່າຍ.
ຂ່າວ: ເພັງຕຸລາ.
