
ອີງຕາມ ແຈ້ງການ ຂອງພະແນກໂຍທາທິດການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ສະບັບເລກທີ 2997/ຍທຂ.ຂບຊ ລົງວັນທີ 04 ສິງຫາ 2023

ແລະ ການລາຍງານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າໃນປະຈຸບັນ ເສັ້ນທາງຫຼວງເລກທີ 08 ( ຫຼັກ 20 ) ຂື້ນກັບແຂວງບໍລິຄຳໄຊ

ແມ່ນມີການປິດການສັນຈອນຊົ່ວຄາວເນື່ອງຈາກວ່າເສັ້ນທາງຖືກດິນເຈື່ອນທັບຖົມໜ້າທາງ ບໍ່ສາມາດສັນຈອນໄປມາໄດ້ , ປະຈຸບັນ ທາງພາກສ່ວນກ່ຽວຂ້ອງກຳລັງລົງແກ້ໄຂໂດຍດ່ວນ ເລີ່ມແຕ່ວັນທີ 04 ສິງຫາ 2023, ຄາດກະວ່າຈະສາມາດນຳໃຊ້ໄດ້ໄວໆນີ້.

ສະນັ້ນ, ຈຶ່ງຢາກໃຫ້ຜູ້ທີ່ນຳໃຊ້ເສັ້ນທາງດັ່ງກ່າວ, ຫຼີກລ່ຽງ ແລະ ລໍຖ້າຈົນກວ່າຈະມີການແກ້ໄຂສຳເລັດ.
