
ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແຕ່ວັນທີ 3-4 ສິງຫານີ້ໄດ້ເຮັດໃຫ້ເສັ້ນທາງຈາກຊຳເໜືອ-ຊຽງຂວາງ ຖືກຕັດຂາດຈຸດທາງເວັ້ນຂົວນາຕ໋ອກ, ບ້ານທົ່ງພ່າວ, ເມືອງຫົວເມືອງ; ເສັ້ນທາງ ຊຳເໜືອ-ເມືອງຮ້ຽມ ອອກໄປຫຼວງພະບາງ ຖືກດີນທັບຖົມ ແລະ ດີນເຈື່ອນ ເຂດແກ່ວລົມ ຫ່າງຈາກເມືອງຮ້ຽມປະມານ 20 ກິໂລແມັດ ເຮັດໃຫ້ການໄປ-ມາ ພົບຄວາມຫຍຸ້ງຍາກ.

ສະເພາະເມືອງຮ້ຽມ ນອກຈາກຈະຖືກດີນເຈື່ອນຖົມທາງແລ້ວ ຕົ້ນໄມ້ໃຫຍ່ໄດ້ຫັກທັບໃສ່ກັບແລວທາງ

ປະຈຸບັນທາງພາກສ່ວນກ່ຽວຂ້ອງກຳລັງແກ້ໄຂຍັງບໍ່ຮູ້ກຳນົດຈະສຳເລັດຕອນໃດ.
