ລາຍງານສະພາບເສັ້ນທາງເລກທີ 13 ເໜືອ ວັນທີ 28 ສິງຫາ 2023 ຂອບເຂດບ້ານແກ່ວກວ້າງ, ເມືອງກາສີ, ແຂວງວຽງຈັນ ກ່ອນໜ້ານີ້ໄດ້ເກີດດີນເຈື່ອນທັບຖົມໜ້າທາງ ເຮັດໃຫ້ສັນຈອນໄປ-ມາບໍ່ໄດ້.

ປະຈຸບັນພາກສ່ວນກ່ຽວຂ້ອງລົງແກ້ໄຂແລ້ວ ລົດເບົາແມ່ນສາມາດສັນຈອນໄປ-ມາໄດ້ ສ່ວນລົດໜັກແມ່ນບໍ່ສາມາດສັນຈອນຜ່ານເສັ້ນທາງດັ່ງກ່າວໄດ້

ດັ່ງນັ້ນ ທ່ານໃດທີ່ນຳໃຊ້ເສັ້ນທາງດັ່ງກ່າວ ຖ້າບໍ່ຈຳເປັນໃຫ້ ຫຼີກລ້ຽງ ຫຼື ນຳໃຊ້ເສັ້ນທາງອື່ນຊົ່ວຄາວ ເພາະພາກສ່ວນຮັບຜິດຊອບກຳລັງສືບຕໍ່ສ້ອມແປງ ແລະ ແກ້ໄຂໃຫ້ກັບມານຳໃຊ້ໄດ້ໃນໄວໆນີ້.
ຂ່າວ: ເພັງຕຸລາ.
