
ກອງໂຄສະນາສຶກສາອົບຮົມ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສົມທົບກັບ ກອງຮ້ອຍຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ກົດລະບຽບຈະລາຈອນ ແລະ ລະບາຍການສັນຈອນ ຢູ່ວົງວຽນວັງຊາຍ ໃນວັນທີ 11 ຕຸລາ 2023, ນໍາພາໂດຍ ພັທ ອໍາພອນ ຄໍາອຸ່ນທອນ ຮອງຫົວໜ້າພະແນກຕໍາຫຼວດ ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ເມືອງໄຊເສດຖາ, ພັຕ ສາຍສະໝອນ ຈັນທະວົງ ຮອງຫົວໜ້າກອງໂຄສະນາສຶກສາອົບຮົມ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ມີຄະນະທັງສອງພາກສ່ວນ ເຂົ້າຮ່ວມ.

ການລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຄັ້ງນີ້ ກໍເພື່ອແນ່ໃສ່ຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງທະໜົນຫຼວງ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ເພື່ອເປັນການຄຸ້ມຄອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການສັນຈອນຕາມເສັ້ນທາງຫຼວງ ແລະ ຊ່ວຍໃຫ້ຜູ້ຂັບຂີ່ຍານພາຫານະເດີນທາງ ຖືກຕ້ອງຕາມກົດລະບຽບຈະລາຈອນ ທັງເປັນການປູກຈິດສຳນຶກໃຫ້ຜູ້ຂັບຂີ່ໄດ້ຮູ້ຈັກກ່ຽວກັບພື້ນຖານກົດລະບຽບຈະລາຈອນ, ຮູ້ໄດ້ທິດທາງ, ເຕັກນິກ, ວິທີການຂັບຂີ່ທີ່ຖືກຕ້ອງ, ການຂັບຂີ່ຍານພາຫານະແບບໄດຈຶ່ງຈະມີຄວາມປອດໄພ ແລະ ສິ່ງສຳຄັນຜູ້ຂັບຂີ່ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ, ກົດໝາຍຈະລາຈອນທາງບົກຢ່າງເຂັ້ມງວດ, ມີລະບຽບວິໃນ, ມີມາລະຍາດທີ່ດີ, ໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່.

ພັທ ສຸລິຍັນ ປວງປະດິດ ຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ:

ເມືອງໄຊເສດຖາ ເປັນເມືອງໜຶ່ງທີ່ສະພາບການສັນຈອນມີຄວາມສັບສົນ ໂດຍສະເພາະແມ່ນ ວົງວຽນ ຫາ ໄຟອໍານາດ ໂພນໄຊ; ເສັ້ນທາງນີ້ເປັນເສັ້ນທາງທີ່ມີຄວາມສັບສົນພໍສົມຄວນ ໃນຊົ່ວໂມງຮີບດ່ວນ, ເຂົ້າຮຽນ-ເລີກຮຽນ ແລະ ການ-ເລີກການ, ຜ່ານມາ ເຈົ້າໜ້າທີ່ກອງຮ້ອຍ ຕໍາຫຼວດຈະລາຈອນເມືອງ ໄດ້ວາງກຳລັງລົງປະຈໍາຢູ່ແຕ່ລະຈຸດສັບສົນ ເພື່ອເຮັດໜ້າທີ່ລະບາຍການສັນຈອນອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ; ເພາະຈຸດວົງວຽນວັງຊາຍ ເປັນຈຸດໜຶ່ງທີ່ມີຄວາມສັບສົນຫຼາຍກວ່າໝູ່ ກອງຮ້ອຍຕໍາຫຼວດຈະລາຈອນເມືອງ ໄດ້ວາງກຳລັງເຮັດໜ້າທີ່ລະບາຍການສັນຈອນຢູ່ຈຸດດັ່ງກ່າວ ໃນແຕ່ລະວັນຈໍານວນ 5 ສະຫາຍ ຍ້ອນວ່າງຈຸດດັ່ງກ່າວນີ້ມີໂຮງຮຽນຫຼາຍແຫ່ງ ແລະ ແຕ່ລະແຫ່ງຮ່າງກັນບໍ່ເກີນ 200-300 ແມັດ ຈຶ່ງເຮັດໃຫ້ເສັ້ນທາງວົງວຽນວັງຊາຍໃນແຕ່ລະວັນ (ຈັນ-ສຸກ) ໃນຊົ່ວໂມງເລັ່ງດ່ວນເກີດບັນຫາລົດຕິດຂັດໜາແໜ້ນຫຼາຍຊົ່ວໂມງ.

ການທີ່ກອງໂຄສະນາສຶກສາອົບຮົມ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລົງສົມທົບກັບພວກເຮົາໃນຄັ້ງນີ້ ຈະມີດີຫຼາຍຢ່າງ ແລະ ທີ່ສໍາຄັນຈະເຮັດໃຫ້ຜູ້ຂັບຂີ່ຮັບຮູ້ກ່ຽວກັບ ກົດລະບຽບຈະລາຈອນຫຼາຍຂຶ້ນ ເມື່ອຜູ້ຂັບຂີ່ຮູ້ກົດລະບຽບຈະລາຈອນ ແລະ ໃສ່ໃຈປະຕິບັດບັນຫາການເກີດອຸບັດຕິເຫດກໍຈະບໍ່ເກີດຂຶ້ນຫຼາຍ ຖ້າເກີດຂຶ້ນກໍຈະບໍ່ຮຸນແຮງເຖິງຂັ້ນເສຍຊີວິດ; ສະນັ້ນ, ຮຽກຮ້ອງມາຍັງຜູ້ຂັບຂີ່ຍານພາຫະນະ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ໃຫ້ກຽດເຊິ່ງກັນ ແລະ ກັນໃນເວລາຂັບຂີ່ ເພື່ອປ້ອງກັນບໍ່ໃຫ້ຕົວທ່ານເອງເກີດອຸບັດຕິເຫດ.

ພັຕ ສາຍສະໝອນ ຈັນທະວົງ ກ່າວຕື່ມວ່າ: ການທີ່ກອງໂຄສະນາສຶກສາອົບຮົມ ພະແນກຕໍາຫຼວດຈະລາຈອນ ນວ ລົງສົມທົບກັບ ຈະລາຈອນເມືອງໄຊເສດຖາ ລົງເຜີຍແຜ່ກົດລະບຽບຈະລາຈອນໃນຄັ້ງນີ້ ກໍເພື່ອປະຕິບັດຕາມທິດຊີ້ນໍາຂອງ ພະແນກຕຳຫຼວດຈະລາຈອນ ນວ ແລະ ຈະຊ່ວຍໃຫ້ສະພາບການສັນຈອນຢູ່ໃນຈຸດດັ່ງກ່າວ ມີຄວາມສະດວກສະບາຍດີຂຶ້ນກວ່າເກົ່າ; ນອກຈາກຈຸດດັ່ງກ່າວແລ້ວ, ພວກເຮົາຍັງຈະສືບຕໍ່ລົງໂຄສະນາຢູ່ເສັ້ນທາງໂນນຄໍ້ ເມືອງໄຊເສດຖາ ແລະ ຈະສືບຈໍ່ລົງສົມທົບກັບ ກອງຮ້ອຍຕໍາຫຼວດຈະລາຈອນ ເມືອງຈັນທະບູລີ ລົງເຄື່ອນໄຫວໂຄສະນາຢູ່ຕາມເສັ້ນທາງຈຸດສັບສົນ.
