
ໃນວັນທີ 13 ຕຸລາ 2023 ກອງຮ້ອຍຕຳຫຼວດຈະລາຈອນ ປກສ ເມືອງສອງຄອນ ໄດ້ລົງໂຄສະນາ ກົດລະບຽບຈະລາຈອນທາງບົກ ແລະ ຜົນຮ້າຍຂອງຢາເສບຕິດ, ການປ້ອງກັນສະກັດກັ້ນ ແລະ ຕ້ານອາດຍະຍາກຳຕ່າງໆ ທີ່ໂຮງຮຽນ ມສ ປາກຊ່ອງ ເມືອງສອງຄອນ, ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ສີໂນ ແກ້ວວຽງສະຫວັນ ອຳນວຍການໂຮງຮຽນ ມສ ປາກຊ່ອງ, ມີທ່ານ ພັຕ ອິນທະຫວາ ໂພທິລາດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສອງຄອນ ຮ່ວມເປັນປະທານ, ມີທັງຄູອາຈານ ແລະ ນ້ອງໆ ນັກຮຽນ ນັບແຕ່ ຊັ້ນ ມໍ 4 – ມໍ 7 ລວມທັງໝົດ 442 ຄົນ, ຍິງ 228 ຄົນ.

ຮອ ແກ້ວ ສຸວັນນະລາດ ຮອງຫົວໜ້າກອງຕຳຫຼວດຈະລາຈອນ ເມືອງສອນຄອນ ໄດ້ເຜີຍແຜ່ ກົດລະບຽບຈະລາຈອນທາງບົກ ໃຫ້ແກ່ນ້ອງນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ໃນວາລະດຽວກັນ ກໍຍັງມີ ທ່ານ ຮອ ຄຳເຟືອງ ອິນພິດານ ຫົວໜ້າໜ່ວຍງານຢາເສບຕິດ ກໍໄດ້ເຜີຍແຜ່ ລະບຽບ, ວິທີການປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງຜົນຮ້າຍຂອງຢາເສບຕິດ.

ເພື່ອໃຫ້ບັນຍາກາດດຳເນີນໄປຢ່າງຟົດຟື້ນ ຈຶ່ງໄດ້ມີການຈັດກິດຈະກຳ ຖາມ-ຕອບ ເພື່ອໃຫ້ນ້ອງນັກຮຽນ ມີຄວາມກ້າສະແດງອອກ ແລະ ມີການແຈກຂອງລາງວັນ ສຳລັບນ້ອງນັກຮຽນທີ່ມີຄວາມສາມາຕອບຄຳຖາມອີກດ້ວຍ.
ຂ່າວ: ເພັງຕຸລາ.
