
ໃນວັນທີ 19 ຕຸລາ 2023 ທີ່ຜ່ານມານີ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງສອງຄອນ ໄດ້ລົງໂຄສະນາ ກົດລະບຽບຈະລາຈອນທາງບົກ ແລະ ຜົນຮ້າຍຂອງຢາເສບຕິດ, ການປ້ອງກັນສະກັດກັ້ນ ແລະ ຕ້ານອາດຍະຍາກຳຕ່າງໆ ທີ່ ໂຮງຮຽນ ມສ ໜອງບົວທ່າ ເມືອງສອງຄອນ, ແຂວງສະຫວັນນະເຂດ ນຳໂດຍທ່ານ ພັຕ ອິນທະຫວາ ໂພທິລາດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສອງຄອນ, ມີທັງ ອຳນວຍການ, ຄູອາຈານ ແລະ ນ້ອງໆ ນັກຮຽນ ນັບແຕ່ ຊັ້ນ ມໍ 4 – ມໍ 7 ລວມທັງໝົດ 374 ຄົນ, ຍິງ 164 ຄົນ.

ຮອ ຍອດແກ້ວ ສຸວັນນະລາດ ຮອງຫົວໜ້າກອງຕຳຫຼວດຈະລາຈອນ ເມືອງສອນຄອນ ໄດ້ເຜີຍແຜ່ ກົດລະບຽບຈະລາຈອນທາງບົກ ໃຫ້ແກ່ນ້ອງນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ໃນວາລະດຽວກັນ ກໍໄດ້ມີເຈົ້າໜ້າທີ່ແຕ່ລະພາກສ່ວນ ຂື້ນເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ເພື່ອປູກຈິດສຳນຶກ ໃຫ້ກັບໄວໜຸ່ມເຍົາວະຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ເພື່ອເປັນການລະດົມ ແລະ ປູກຈິດສຳນຶກ ຂອງຊາວໜຸ່ມເຍົາວະຊົນ ໃຫ້ຫັນມາສົນໃຈ, ໃສ່ໃຈ ປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ, ການປະຕິບັດກົດລະບຽບຈະລາຈອນທາງບົກ ແລະ ການຕ້ານອາດຊະຍາກຳຕ່າງໆ ເຮັດໃຫ້ ສັງຄວາມມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ນອກຈາກນີ້ຍັງໄດ້ມີກິດຈະກຳຖາມ-ຕອບ ຄວາມຮູ້ພື້ນຖານທົ່ວໄປ ແລະ ຍັງຍັງໄດ້ມີການແຈກຂອງລາງວັນສຳລັບ ນ້ອງໆນັກຮຽນ ທີ່ສະແດງຄວາມກ້າຫານອີກດ້ວຍ.

ຂ່າວ: ເພັງຕຸລາ.
