Skip to content

Categories

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
Primary Menu
  • ໜ້າຫຼັກ
  • ແຈ້ງການ
  • ຂ່າວສານ
    • ຂ່າວສະພາບເສັ້ນທາງ
    • ຂ່າວອຸບປະຕິເຫດ
    • ຂ່າວທ້ອງຖິ່ນ
    • ຂ່າວກົມກອງ
    • ຂ່າວເດັ່ນ
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ສະຖິຕິ
  • ສາລະຄວນຮູ້
  • ແຈ້ງເຫດ
  • ກ່ຽວກັບພວກເຮົາ
  • Home
  • ບຸນຊ່ວງເຮືອທ່າວັດຈັນ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວາງກຳລັງຈຳນວນ 294 ສະຫາຍ ອໍານວຍຄວາມສະດວກໃຫ້ມວນຊົນ ເພື່ອແກ້ໄຂບັນຫາລົດຕິດອັ່ງອໍ
  • ຂ່າວທ້ອງຖິ່ນ

ບຸນຊ່ວງເຮືອທ່າວັດຈັນ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວາງກຳລັງຈຳນວນ 294 ສະຫາຍ ອໍານວຍຄວາມສະດວກໃຫ້ມວນຊົນ ເພື່ອແກ້ໄຂບັນຫາລົດຕິດອັ່ງອໍ

ກົມຕຳຫຼວດຈະລາຈອນ 23/10/2023

ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ຢູ່ນະຄອນຫຼວງວຽງຈັນ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 27-30 ຕຸລາ 2023 ແລະ ຄາດວ່າຈະມີມວນຊົນຫຼັ່ງໄຫຼກັນເຂົ້າມາທ່ຽວຊົມງານດັ່ງກ່າວເປັນຈໍານວນຫຼາຍ ແລະ ອາດຈະພາໃຫ້ເກີດບັນຫາລົດຕິດອັ່ງອໍ ຢູ່ຕາມເສັ້ນທາງເຂົ້າອອກຕ່າງໆ;

ສະນັ້ນ, ເພື່ອຮັບມືກັບບັນຫາທີ່ຈະເກີດຂຶ້ນ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງວາງກໍາລັງລົງປ້ອງກັນ, ຈັດລະບຽບ ແລະ ລະບາຍການສັນຈອນຈຳນວນຫຼາຍສະຫາຍ.

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມຜ່ານແຜນປ້ອງກັນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ໃນວັນທີ 23 ຕຸລາ 2023 ວ່າ:

ເພື່ອເຮັດໃຫ້ສະພາບການສັນຈອນໃນຊ່ວງງານບຸນດັ່ງກ່າວ ມີຄວາມສະດວກ-ສະບາຍ, ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ, ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 27-30 ຕຸລານີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ; ກຳລັງຕໍາຫຼວດຈະລາຈອນ ຈະລົງປ້ອງກັນ ແລະ ປະຈໍາຢູ່ທັງໝົດ 78 ຈຸດ. ໃນນີ້, ວົງໃນ 31 ຈຸດ ແລະ ວົງນອກ 41 ຈຸດ, ຈຸປະຈໍາຄອຍເຫດ 4 ຈຸ ແລະ ຈຸໂຄສະນາ 2 ຈຸ ລວມຈໍານວນ 294 ສະຫາຍ, ຍິງ 16 ສະຫາຍ.

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເນັ້ນໃຫ້ກໍາລັງຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ທີ່ຈະລົງປະຕິບັດໜ້າທີ່ ຕ້ອງເອົາໃຈໃສ່ຢ່າງເຂັ້ມງວດ ໃນການເຮັດໜ້າທີ່ປ້ອງກັນ, ທີ່ສໍາຄັນຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການລະບາຍການສັນຈອນຢູ່ຕາມເສັ້ນທາງຫຼັກ ຫຼື ເສັ້ນທາງຕ່າງໆທີ່ມວນຊົນຈະນໍາໃຊ້ໃນການເຂົ້າ-ອອກງານບຸນ ຕິດພັນກັບ ການຈັດສັນລະບຽບຕາມເສັ້ນທາງ ແລະ ຈັດສັນສະຖານທີ່ຈອດລົດ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

ນອກຈາກນີ້, ຕ້ອງເອົາໃຈໃສ່ໃນການເຮັດໜ້າທີ່ ໂຄສະນາເຜີຍແຜ່ລະບຽບການສັນຈອນ ໃຫ້ບັນດາມວນຊົນທີ່ນໍາໃຊ້ລົດ-ໃຊ້ຖະໜົນມາທ່ຽວງານດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈເຖິງໄພອັນຕະລາຍໃນການເກີດອຸບັດຕິ ເຫດ, ແນໃສ່ເຮັດໃຫ້ບັນຫາການເກີດອຸບປະຕິເຫດ ໃນໄລຍະງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ຫຼຸດໜ້ອຍຖອຍລົງ.

ຂ່າວ: ຈັນສະໝອນ.

Continue Reading

Previous: ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງສອງຄອນ ລົງໂຄສະນາ ກົດລະບຽບຈະລາຈອນທາງບົກ ທີ່ ໂຮງຮຽນ ມສ ໜອງບົວທ່າ ແຂວງສະຫວັນນະເຂດ
Next: ບໍລິສັດ ຄິງເບເວີເລດຈຳກັດ ມອບເຄື່ອງດື່ມໃຫ້ຈະລາຈອນທີ່ຈັດສັນຄວາມເປັນລະບຽບການສັນຈອນຢູ່ບຸນຊ່ວງເຮືອ ທ່າວັດຈັນ

Related Stories

ແຂວງອຸດົມໄຊ ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ລະເມີດກົດຈະລາຈອນທາງບົກ
  • ຂ່າວທ້ອງຖິ່ນ

ແຂວງອຸດົມໄຊ ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ລະເມີດກົດຈະລາຈອນທາງບົກ

05/03/2024
ຕິດຕັ້ງປ້າຍໂຄສະນາລົນນະລົງການຂັບຂີ່ປອດໄພຕາມເສັ້ນທາງ ເຂົ້າ-ອອກ ຕົວເມືອງ
  • ຂ່າວທ້ອງຖິ່ນ

ຕິດຕັ້ງປ້າຍໂຄສະນາລົນນະລົງການຂັບຂີ່ປອດໄພຕາມເສັ້ນທາງ ເຂົ້າ-ອອກ ຕົວເມືອງ

16/12/2023
ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນທາງບົກ ຢູ່ໂຮງຮຽນມໍຕົ້ນ ພູເຂົາຄຳ
  • ຂ່າວທ້ອງຖິ່ນ

ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນທາງບົກ ຢູ່ໂຮງຮຽນມໍຕົ້ນ ພູເຂົາຄຳ

16/12/2023

ຫາກໍ່ລົງໃໝ່

  • ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

ອ່ານຍ້ອນຫຼັງ

  • April 2025
  • March 2025
  • October 2024
  • September 2024
  • August 2024
  • July 2024
  • June 2024
  • May 2024
  • April 2024
  • March 2024
  • February 2024
  • January 2024
  • December 2023
  • November 2023
  • October 2023

ໝວດໝູຂ່າວ

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ

ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025 1

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024 2

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ 3

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 4

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024
ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 5

ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

28/09/2024
ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ 6

ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ

15/09/2024
ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ 7

ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ

01/09/2024

ຂ່າວທີ່ຍັງບໍ່ໄດ້ອ່ານ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ຂ່າວເດັ່ນ

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ຂ່າວເດັ່ນ

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຂ່າວເດັ່ນ

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024

ທີ່ຕັ້ງສຳນັກງານ ຫຼັກ3, ຖະໜົນທ່າເດື່ອ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ:

Facebook

Facebook

ສາຍດ່ວນສຸກເສີນ
- ແຈ້ງໄຟໄໝ້ 1190
- ຕຳຫຼວດ 1191
- ລົດໂຮງໝໍ 1195
- ໄຟຟ້າ 1199
- ນ້ຳປະປາ 1169

© ສະຫງວນລິຂະສິດ | ກົມຕຳຫຼວດຈະລາຈອນ.