Skip to content

Categories

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
Primary Menu
  • ໜ້າຫຼັກ
  • ແຈ້ງການ
  • ຂ່າວສານ
    • ຂ່າວສະພາບເສັ້ນທາງ
    • ຂ່າວອຸບປະຕິເຫດ
    • ຂ່າວທ້ອງຖິ່ນ
    • ຂ່າວກົມກອງ
    • ຂ່າວເດັ່ນ
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ສະຖິຕິ
  • ສາລະຄວນຮູ້
  • ແຈ້ງເຫດ
  • ກ່ຽວກັບພວກເຮົາ
  • Home
  • ກົມຕຳຫຼວດຈະລາຈອນ ລາວ-ຫວຽດນາມ ແລກປ່ຽນວຽກງານວິຊາສະເພາະຕຳຫຼວດຈະລາຈອນ
  • ຂ່າວກົມກອງ

ກົມຕຳຫຼວດຈະລາຈອນ ລາວ-ຫວຽດນາມ ແລກປ່ຽນວຽກງານວິຊາສະເພາະຕຳຫຼວດຈະລາຈອນ

ກົມຕຳຫຼວດຈະລາຈອນ 29/12/2023

ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ຮ່ວມກັບ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໃນວັນທີ 21 ທັນວາ 2023, ເປັນປະທານໂດຍ ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ແຫ່ງ ສປປ ລາວ ແລະ ທ່ານ ພົນຈັດຕະວາ ຫງຽນ ວັນ ຈຸງ ຫົວໜ້າກົມຕຳຫຼວດຈະລາຈອນ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ໄດ້ກ່າວວ່າ:

ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນ ການລັກລອບຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການປຸ້ນຊັບ-ຊິງຊັບ, ການລັກຊັບ, ການເຄື່ອນໄຫວກະທຳຜິດທາງອາຍາອື່ນໆ, ບັນດາກຸ່ມແກ້ງເຄື່ອນໄຫວທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການໄລ່ຊອກ-ໄລ່ຈັບຜູ້ກະທຳຜິດແລ້ວເອົາຕົວລົບໜີ, ພວກອາຊະຍາກຳເລົ່ານີ້ ມີເລ່ລ່ຽມວິທີການເຄື່ອນໄຫວຢ່າງເລິກແລບແນບນຽນ, ເປັນກຸ່ມແກ້ງ, ມີເຄືອຂ່າຍ, ລຳລຽງຂົນສົ່ງ, ມີການຈັດຕັ້ງຂ້າມຊາດ, ນຳໃຊ້ເຕັກນິກທັນສະໄໝ ແລະ ມີຄວາມຮຸນແຮງເຂົ້າໃນການກະທຳຜິດ.

ອີກບັນຫາໜຶ່ງ ແມ່ນອຸບັດຕິເຫດຕາມທ້ອງຖະໜົນ ແລະ ແກ້ໄຂການສັນຈອນແອອັດຢູ່ໃນຕົວເມືອງ ເພື່ອແກ້ໄຂບັນຫາດັ່ງກ່າວ, ມັນຮຽກຮ້ອງໃຫ້ສອງກຳລັງຕຳຫຼວດຈະລາຈອນພວກເຮົາ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ປຶກສາຫາລືຊອກຫາທາງແກ້ໄຂຮ່ວມກັນໃຫ້ມີປະສິດທິຜົນ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ປືກສາຫາລື ແລະ ແລກປ່ຽນບົດຮຽນນຳກັນ ເພື່ອຮັບປະກັນໃຫ້ແກ່ວຽກງານວິຊາສະເພາະຂອງທັງ 2 ກົມຕໍາຫຼວດຈະລາຈອນ ລາວ ແລະ ຫວຽດນາມ ໃຫ້ໄດ້ຮັບໝາກຜົນດີຂຶ້ນຕາມລະດັບຄາດໝາຍທີ່ວາງໄວ້ ແລະ ທັງສອງຝ່າຍ ກໍໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ເປັນເອກະພາບກັນມີບັນດາເນື້ອໃນ ດັ່ງນີ້:

ສະເໜີໃຫ້ ກົມຕຳຫຼວດຈະລາຈອນ ສສ ຫວຽດນາມ ຈັດຕັ້ງຝຶກອົບຮົມຝຶກອົບຮົມວຽກງານວິຊາສະເພາະ ຢູ່ ສສ ຫວຽດນາມ ເປັນຕົ້ນ ຄື:

– ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງຖະໜົນ

– ວຽກງານໂຄສະນາ

– ວຽກງານສືບສວນ-ສອບສວນ ຄະດີອຸບັດຕິເຫດ

– ວຽກງານຂຶ້ນທະບຽນຍານພາຫະນະ ແລະ ຄຸ້ມຄອງພາຫະນະ

ສ້າງກົນໄກປະສານງານ ລະຫວ່າງ ຕຳຫຼວດຈະລາຈອນ ລາວ-ຫວຽດນາມ ສໍາລັບແຂວງທີ່ມີຊາຍແດນຕິດຈອດ; ເຫັນດີເປັນເອກະພາບຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມ 1 ຄັ້ງຕໍ່ປີ ເພື່ອແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານເຊິ່ງກັນແລະກັນ.

ສະເໜີລາຍງານເຂົ້າແຜນການຮ່ວມມື ລະຫວ່າງສອງກະຊວງ ໃນປີ 2024 ຈັດກອງປະຊຸມກ່ຽວກັບ ເນື້ອໃນຄວບຄຸມການນຳໃຊ້ມາດຕະການຕໍ່ນັກຂັບຂີ່ພາຫະນະທີ່ຕິດແຜ່ນປ້າຍທະບຽນລາວ ແຕ່ຄົນຫວຽດນາມນໍາໃຊ້ຂົນສົ່ງຄົນໂດຍສານ ແລະ ຂົນສົ່ງສິນຄ້າ ເຊິ່ງລະເມີດກົດລະບຽບຈະລາຈອນ ແລະ ລະເມີດຕໍ່ກົດໝາຍການຂົນສົ່ງທາງບົກຂອງສອງປະເທດ.

Continue Reading

Previous: ເຂົ້າຮ່ວມກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການເຄື່ອນໄຫວຄຸ້ມຄອງ ແລະ ກວດກາຂົນສົ່ງທາງບົກ ພາຍໃນນະຄອນຫຼວງວຽງຈັນ
Next: ຄະນະຜູ້ແທນກົມຕໍາຫຼວດຈະລາຈອນ ຫວຽດນາມ ເຂົ້າຢ້ຽມຂໍ່ານັບຮອງ ລມຕ ກະຊວງ ປກສ

Related Stories

ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ກອງບັນຊາການ ປກສ ເມືອງສັງທອງ ແລະ ກອງບັນຊາການ ປກສ ເມືອງນາຊາຍທອງ
  • ຂ່າວກົມກອງ

ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ກອງບັນຊາການ ປກສ ເມືອງສັງທອງ ແລະ ກອງບັນຊາການ ປກສ ເມືອງນາຊາຍທອງ

16/09/2024
ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານ ກົມຕຳຫຼວດຈະລາຈອນ
  • ຂ່າວກົມກອງ

ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານ ກົມຕຳຫຼວດຈະລາຈອນ

05/08/2024
ມອບ-ຮັບ ໜ້າທີ່ຫົວໜ້າກົມຕຳຫຼວດຈະລາຈອນ
  • ຂ່າວກົມກອງ

ມອບ-ຮັບ ໜ້າທີ່ຫົວໜ້າກົມຕຳຫຼວດຈະລາຈອນ

27/05/2024

ຫາກໍ່ລົງໃໝ່

  • ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

ອ່ານຍ້ອນຫຼັງ

  • April 2025
  • March 2025
  • October 2024
  • September 2024
  • August 2024
  • July 2024
  • June 2024
  • May 2024
  • April 2024
  • March 2024
  • February 2024
  • January 2024
  • December 2023
  • November 2023
  • October 2023

ໝວດໝູຂ່າວ

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ

ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025 1

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024 2

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ 3

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 4

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024
ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 5

ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

28/09/2024
ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ 6

ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ

15/09/2024
ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ 7

ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ

01/09/2024

ຂ່າວທີ່ຍັງບໍ່ໄດ້ອ່ານ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ຂ່າວເດັ່ນ

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ຂ່າວເດັ່ນ

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຂ່າວເດັ່ນ

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024

ທີ່ຕັ້ງສຳນັກງານ ຫຼັກ3, ຖະໜົນທ່າເດື່ອ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ:

Facebook

Facebook

ສາຍດ່ວນສຸກເສີນ
- ແຈ້ງໄຟໄໝ້ 1190
- ຕຳຫຼວດ 1191
- ລົດໂຮງໝໍ 1195
- ໄຟຟ້າ 1199
- ນ້ຳປະປາ 1169

© ສະຫງວນລິຂະສິດ | ກົມຕຳຫຼວດຈະລາຈອນ.