ໃນຄັ້ງວັນທີ 12 ທັນວາ 2023, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການເຄື່ອນໄຫວຄຸ້ມຄອງ ແລະ ກວດກາການຂົນສົ່ງທາງບົກ ພາຍໃນນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ, ພັທ ກິ່ງຄຳ ພົມມະຫາໄຊ ຮອງຫົວໜ້າກົມຕຳຫຼວດຈະລາຈອນ, ມີຫົວໜ້າພະແນກ-ຮອງພະແນກ ແລະ ວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ເພັງຕຸລາ.
