ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນຈອນ ໄປ-ມາ ປະສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫຼຸດຜ່ອນຜົນເສຍຫາຍຈາກການເກີດອຸບປະຕິເຫດ; ພັທ ແກ້ວມາລາ ແສງທອງ ຮອງກົມຕຳຫຼວດຈະລາຈອນ ຈຶ່ງໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ ໃນຊ່ວງໄລຍະການເສີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024 ເຊິ່ງທ່ານໄດ້ລາຍງານໃຫ້ຮູ້ສະພາບການສັນຈອນ ແລະ ອຸບປະຕິເຫດທີ່ເກີດຂື້ນໃນໄລຍະການສະເຫຼີມສະຫຼອງ ປີໃໝ່ສາກົນ 2023 ມີອຸບປະຕິເຫດ ເກີດຂື້ນທັງໝົດ 190 ລາຍ: ພາຫະນະເປ່ເພ 323 ຄັນ, ຄົນໄດ້ຮັບບາດເຈັບ 311 ຄົນ ແລະ ຄົນເສຍຊີວິດ 26 ຄົນ, ຍິງ 6 ຄົນ; ສາເຫດຕົ້ນຕໍ ທີ່ພາໃຫ້ເກີດອຸບປະຕິເຫດ ຍ້ອນຂັບຂີ່ພາຫະນະຄວາມໄວເກີນກົດໝາຍກໍານົດ ກວມເອົາ 31,57 %,ດື່ມສີ່ງມືນເມົາແລ້ວຂັບຂີ່ລົດ ກວມເອົາ 26,84 %, ປ່ຽນທິດທາງການສັນຈອນບໍ່ຖືກຕ້ອງພາໃຫ້ເກີດ ກວມເອົາ 13,15 %.
ສຳລັບການປ້ອງກັນການສະເຫຼີມສະຫຼອງປີໃໝ່ສາກົນ 2024 ໃຫ້ຮັບປະກັນຄວມປອດໄພທາງທ້ອງຖະໜົນ ກົມຕໍາຫຼວດຈະລາຈອນ ໄດ້ອອກຄໍາແນະນໍາ ສະບັບເລກທີ 570/ກຈຈ, ລົງວັນທີ 12 ທັນວາ 2023 ແລະ ແຈ້ງການສະບັບເລກທີ 095/ກຈຈ, ລົງວັນທີ 12 ທັນວາ 2023, ກ່ຽວກັບການຈັດຕັ້ງປະຕິບັດການປ້ອງກັນປີໃໝ່ ແລະ ລົງໂຄສະນາກົດຈະລາຈອນທາງບົກ ກ່ອນການສະເຫຼີມສະຫຼອງປີໃໝ່ສາກົນ 2024 ທີ່ຈະມາເຖີງນີ້, ກົມຕໍາຫຼວດຈະລາຈອນ ຈະໄດ້ລົງເຄື່ອນໄຫວຊຸກຍູ້, ຊີ້ນໍາທ້ອງຖີ່ນ ໃຫ້ກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ເອົາໃຈໃສ່ປະຕິບັດໜ້າທີ່ໃນການປ້ອງກັນປີໃໝ່ສາກົນ 2024 ຢ່າງເຂັ້ມງວດ; ກະກຽມພາຫະນະ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ຈັດຕັ້ງກໍາລັງລົງເຮັດໜ້າທີ່ ຈັດສັນອໍານວຍຄວາມສະດວກ ຕາມສະຖານທີຕ່າງໆ ເຮັດໃຫ້ການສັນຈອນມີຄວາມສະດວກປອດໄພ; ຈັດຕັ້ງກໍາລັງ ລົງຕັ້ງຈຸດກວດກາການສັນຈອນ ຕາມເສັ້ນທາງຫຼວງ, ກວດກາເອກະສານ, ກວດກາຜູ້ຂັບຂີ່ພາຫະນະ, ກວດກາຈັບຄວາມໄວ, ກວດກາທາດເຫຼົ້າ, ກວດກາສະພາບເຕັກນິກພາຫະນະ ແລະ ອື່ນໆ ທີ່ລະເມີດຕໍ່ກົດລະບຽບຈະລາຈອນທາງບົກ.
ພັທ ແກ້ວມາລາ ແສງທອງ ຮອງກົມຕຳຫຼວດຈະລາຈອນ ຮຽກຮ້ອງໃຫ້ ຜູ້ຂັບຂີ່ລົດຕ້ອງກຽມຄວາມພ້ອມ ດ້ານສຸຂະພາບຮ່າງກາຍ, ເອກະສານຂອງຜູ້ຂັບຂີ່ພາຫະນະ ໃຫ້ຄົບຊຸດຕາມລະບຽບການ (ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ຄ່າທາງ, ປະກັນໄພ ແລະ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບລົດຂົນສົ່ງສີນຄ້າ ແລະ ລົດໂດຍສານ); ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ; ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ; ກ່ອນຈະນຳໃຊ້ພາຫະນະຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ ທຸກຄັ້ງໃນເວລາເດີນທາງ; ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງວົງຈອນປິດ); ຜູ້ຂັບຂີ່ພາຫະນະຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ.
ຂໍ້ຫ້າມສໍາລັບຜູ້ຂັບຂີ່ພາຫະນະ: ຫ້າມຜູ້ຂັບຂີ່ພາຫະນະ ນໍາໃຊ້ໂທລະສັບໃນເວລາຂັບຂີ່ຢ່າງເດັດຂາດ; ຫ້າມຜູ້ຂັບຂີ່ດື່ມສີ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວງເມົາແລ້ວ ຈື່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ; ຫ້າມຂັບຂີ່ລົດຄວາມໄວເກີນກົດໝາຍກຳນົດ; ຫ້າມຂັບຂີ່ພາຫະນະ ເປັນພືງເປັນແພ, ຊ່ວງຊີງກັນຕາມເສັ້ນທາງ ຢ່າງເດັດຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍສານບັນທຸກສິນຄ້າ ແລະ ບັນທຸກຜູ້ໂດຍສານເກີນກໍານົດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖີງກະສຽນ ຂັບຂີ່ພາຫະນະຢ່າງເດັດຂາດ; ຫ້າມຈອດລົດຕາມເສັ້ນທາງດ່ວນ (ຍົກເວັ້ນກໍລະນີພາຫະນະເປ່ເພ); ຖ້າບຸກຄົນໃດທີ່ລະເມີດຕໍ່ກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
ສະນັ້ນ, ທຸກໆພາກສ່ວນໃນສັງຄົມໃຫ້ເປັນເຈົ້າການ ໃນການປະຕິບັດກົດຈະລາຈອນທາງບົກ, ການຂັບຂີ່ຢ່າງເຂັ້ມງວດ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃນການຈັດຕັ້ງປະຕິບັດໜ້າທີ່ ການປ້ອງກັນສະກັດກັ້ນອຸບປະຕິເຫດການຈະລາຈອນທາງບົກ, ປະສະຈາກຜົນເສຍຫາຍທາງດ້ານ ຊີວິດ, ສຸຂະພາບ ແລະ ຊັບສີນ ທີ່ເກີດຈາກອຸບປະຕິເຫດຈະລາຈອນທາງບົກໃຫ້ຫຼຸດລົງ.
