ວັນທີ 29 ທັນວາ 2023 ທີ່ຜ່ານມານີ້ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສົບທົບກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງກວດກາ-ຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ ໃນໄລຍະສະເຫຼີມ – ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ສາກົນ 2024

ນຳພາໂດຍ ທ່ານ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ແລະ ທ່ານ ວິໄລພັນ ໄຊພະວົງ ຮອງຫົວໜ້າກົມຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງກວດກາ-ຊຸກຍູ້ ພ້ອມທັງໃຫ້ທິດຊີ້ນຳວຽກງານຕົວຈິງໃນແຕ່ລະຈຸດກວດກາ.

ໂດຍການລົງໄປກວດກາ-ຊຸກຍູ້ ໃນຄັ້ງນີ້ຍັງໄດ້ນໍາເອົາໝວກກັນກະທົບ, ເສື້ອຍືດ ແລະ ນໍ້າດື່ມມາມອບໃຫ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປະຈຳຈຸດກວດກາ ເພື່ອນຳໄປຈັດກິດຈະກຳແຈກຢາຍໃຫ້ນັກຂັບຂີ່ທີ່ສັນຈອນໄປ-ມາຕາມເສັ້ນທາງເລກທີ 13 ເໜືອ – 13 ໃຕ້.

ລວມມີ 04 ຈຸດກວດກາ ຄື: ຢູ່ເສັ້ນທາງເລກທີ 13 ເໜືອ, ຈຸດເມືອງກາສີ, ແຂວງວຽງຈັນ, ຢູ່ເສັ້ນທາງເລກທີ 10, ເມືອງທຸລະຄົມ, ແຂວງວຽງຈັນ, ຢູ່ຈຸດເຂົ້າ-ອອກເສັ້ນທາງດ່ວນສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ຈຸດເຂົ້າ-ອອກເສັ້ນທາງດ່ວນວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ.

ຜ່ານການກວດກາຕົວຈິງໂດຍສົມທົບທ້ອງຖີ່ນແມ່ນມີຄວາມກຽມພ້ອມ, ກວດກາເປົ້າໝາຍ ຍານພາຫະນະເດີນທາງກັບບ້ານແລະ ໄປທ່ອງທ່ຽວ, ການກວດກາ ແມ່ນຖືເອົາວຽກງານແນະນຳ-ສືກສາອົບຮົມເປັນຫຼັກ ເພື່ອເປັນການສະກັດກັ້ນການນຳໃຊ້ຄວາມໄວ, ດື່ມສິ່ງມື່ນເມົາແລ້ວຂັບຂີ່ ເພື່ອຫຼີກລ້ຽງການເກີດອຸບປະຕິເຫດ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໃນຊ່ວງໄລຍະການສະເຫຼີມ-ສະຫຼອງ ປີໃໝ່ສາກົນ 2024 ນີ້.

ຂ່າວ: ເພັງຕຸລາ.
