ໃນຄັ້ງວັນທີ 09 ເມາສາ 2024 ທີ່ຜ່ານມາ ພັອ ຄຳສອນ ສີດາວົງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ຖະແຫຼງຂ່າວ ກ່ຽວກັບ ແຈ້ງການ ແລະ ການກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ ໃນຊ່ວງໄລຍະການເສີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2567 ປີນີ້.
ເພື່ອເປັນການປ້ອງກັນສະກັດກັ້ນ ແລະ ຫຼຸດຜ່ອນການເກີດອຸບປະຕິເຫດ ເພື່ອເຮັດໃຫ້ການເຫຼີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2567, ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສະຈາກຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະ ຊັບສີນ ທີ່ເກີດຈາກອຸບປະຕິເຫດຈະລາຈອນທາງບົກ, ກົມຕໍາຫຼວດຈະລາຈອນ ໄດ້ອອກແຈ້ງການເຖີງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ກ່ຽວກັບການປ້ອງກັນ ສະກັດກັ້ນອຸບປະຕິເຫດຈະລາຈອນ ໃນຊ່ວງໄລຍະການສະເຫຼີມສະຫຼອງບຸນປີໃໝ່ ລາວ ພສ 2567 ມີດັ່ງນີ້:
- ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດຈະລາຈອນທາງບົກ ຢ່າງເຂັ້ມງວດ, ໃນນັ້ນຖືເອກະສານລົດເມືອມີການກວດກາ ຂອງເຈົ້າໜ້າທີ່.
- ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ, ( ຖ້າຫາກລະເມີດຈະໄດ້ສືກສາອົບຮົມ, ກັກລົດໄວ້ ແລະ ປັບໄໝຕາມລະບຽບການ ) ເພື່ອຄວາມປອດໄພຂອງຜູ້ຂັບຂີ່.
- ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.
- ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ, ຄວາມພ້ອມຂອງຍານພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ.
- ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງທຸກຄັ້ງເວລາເດີນທາງ ແລະ ປະຕິບັດລະບຽບກົດໝາຍກ່ຽວກັບການຂົນສົ່ງທາງບົກຢ່າງເຂັ້ມງວດ.
- ສະເພາະເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ສໍາລັບລົດເກັງ, ກະບະ, ລົດຈິບ ປະເພດລົດເບົາ ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ, ລົດບັນທຸກ, ລົດຂົນສົ່ງໂດຍສານ ແລະ ຂົນສົ່ງສີນຄ້າ ຄວາມໄວ້ສຸງສຸດບໍ່ໃຫ້ເກີນ 70-90 km/ຊົ່ວໂມງ, ເຂົ້າທາງອຸໂມງຄວາມໄວສຸງສຸດ 80 km/ຊົ່ວໂມງ( ເຈົ້າໜ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວ ).
- ຫ້າມຜູ້ຂັບຂີ່ດື່ມສີ່ງມື່ນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ກັກຜູ້ຂັບຂີ່ໄວ້ ເພື່ອສືກສາອົບຮົມ, ຊ່ວງເມົາແລ້ວຈື່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ໝູ່ຄູ່ ມາຮັບເອົາ ເພື່ອ ຮັບປະກັນຄວາມປອດໄພ ພ້ອມດໍາເນີນຕາມຂັ້ນຕອນ ຂອງລະບຽບກົດໝາຍ ໃນເວລາຕໍ່ໄປ.
- ຫ້າມຂັບຂີ່ຍານພາຫະນະ ເກີນຄວາມໄວ ທີ່ກົດໝາຍລະບຽບການ ແລະ ປ້າຍສັນຍານຈະລາຈອນ ກໍານົດໄວ້, ຫ້າມໃຊ້ໂທລະສັບໃນເວລາຂັບຂີ່.
- ຫ້າມຂີ່ລົດຈັກ ເປັນພຶງເປັນແພ ກີດຂວາງການສັນຈອນ ຕາມເສັ້ນທາງ ຢ່າງເດັດຂາດ, ( ບໍ່ໄປຕາມຊ່ອງຈະລາຈອນ ຂອງລົດຈັກ ).
- ຫ້າມຜູ້ໂດຍສານ ນັ່ງຂອບກະບະລົດ ຫຼື ນັ່ງຝາທ້າຍລົດ ໃນເວລາລົດກໍາລັງສັນຈອນ ຢ່າງເດັດຂາດ.
- ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສີນຄ້າ ແລະ ບັນທຸກຄົນໂດຍສານເກີນຈໍານວນ ແລະ ຊ່ວງຊີງເອົາ ຄົນໂດຍສານ ຢ່າງເດັດຂາດ.
- ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະ ຢ່າງເດັດຂາດ.
- ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີຍານພາຫະນະເປ່ເພ ).
- ຖ້າບຸກຄົນໃດຫາກລະເມີດ ຕໍ່ບັນດາຂໍ້ຫ້າມ ດໍາລັດວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະປັບໃໝ ຕາມລະບຽບກົດໝາຍກໍານົດໄວ້ ຢ່າງເຂັ້ມງວດ.
ນອກຈາກນີ້, ກົມຕໍາຫຼວດຈະລາຈອນໄດ້ອອກຄໍານະນໍາ ເຖີງພະແນກຕໍາຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດເສດຖະກິດພິເສດສາມລ່ຽມຄໍາ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ ໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2567 ຂອງກົມຕໍາຫຼວດຈະລາຈອນ, ສະບັບເລກທີ 108/ກຈຈ, ລົງວັນທີ 27 ມີນາ 2024.
ໃນຕອນທ້າຍ ທ່ານຍັງໄດ້ກ່າວເພີ່ມເຕີມວ່າ ເນື່ອງໃນໂອກາດ ປີໃໝ່ລາວ ພສ 2567 ຈະມາເຖີງ ຂໍອວຍພອນໄຊ ອັນປະເສີດໃຫ້ ປະຊາຊົນລາວ – ບັນດາເຜົ່າ, ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດ ຈົ່ງມີສຸຂະພາບເຂັ້ມແຂງຕະຫຼອດປີໃໝ່, ຂໍໃຫ້ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ມີຄວາມປອດໄພ 100 %.
ຂ່າວ: ເພັງຕຸລາ.
