ວັນທີ 11 ເມສາ 2024 ກົມຕໍາຫຼວດຈະລາຈອນ ສົມທົບກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງກວດກາ-ຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ ໃນໄລຍະສະເຫຼີມ – ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2024

ນຳພາໂດຍ ທ່ານ ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ແລະ ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງກວດກາ-ຊຸກຍູ້ ພ້ອມທັງໃຫ້ທິດຊີ້ນຳວຽກງານຕົວຈິງໃນແຕ່ລະຈຸດກວດກາ.
ໂດຍການລົງໄປກວດກາ-ຊຸກຍູ້ ໃນຄັ້ງນີ້ຍັງໄດ້ນໍາເອົາ ນໍ້າດື່ມມາມອບໃຫ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປະຈຳຈຸດກວດກາ ເພື່ອນຳໄປຈັດກິດຈະກຳແຈກຢາຍໃຫ້ນັກຂັບຂີ່ທີ່ສັນຈອນໄປ-ມາຕາມເສັ້ນທາງເລກທີ 13 ເໜືອ – 13 ໃຕ້.
ລວມມີ 04 ຈຸດກວດກາ ຄື: ຢູ່ເສັ້ນທາງເລກທີ 13 ເໜືອ, ຈຸດເມືອງກາສີ, ແຂວງວຽງຈັນ, ຢູ່ເສັ້ນທາງເລກທີ 10, ເມືອງທຸລະຄົມ, ແຂວງວຽງຈັນ, ຢູ່ຈຸດເຂົ້າ-ອອກເສັ້ນທາງດ່ວນສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ຈຸດເຂົ້າ-ອອກເສັ້ນທາງດ່ວນວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ.

ຜ່ານການກວດກາຕົວຈິງໂດຍສົມທົບທ້ອງຖີ່ນແມ່ນມີຄວາມພ້ອມ, ເຂັ້ມງວດ, ໃນການກວດກາເປົ້າໝາຍ ຍານພາຫະນະເດີນທາງກັບບ້ານ ແລະ ໄປທ່ອງທ່ຽວ, ການກວດກາ ແມ່ນຖືເອົາວຽກງານແນະນຳ-ສືກສາອົບຮົມເປັນຫຼັກ ເພື່ອເປັນການສະກັດກັ້ນການນຳໃຊ້ຄວາມໄວ, ການດື່ມສິ່ງມື່ນເມົາແລ້ວຂັບຂີ່ ເພື່ອຫຼີກລ້ຽງການເກີດອຸບປະຕິເຫດ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໃນຊ່ວງໄລຍະການສະເຫຼີມ-ສະຫຼອງ ປີໃໝ່ລາວ 2024 ນີ້.

ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ ໃຊ້ລົດ -ໃຊ້ຖະໜົນ ເຄື່ອນໄຫວໄປ – ມາ ໃນໄລຍະສະເຫຼີມສະ ຫຼອງບຸນປີໃໝ່ລາວ ພສ 2567 ນີ້: ຈະໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການຍົກສູງສະຕິປະຕິບັດກົດຈະລາຈອນຢ່າງເຂັ້ມງວດ.
ເນື່ອງໃນໂອກາດ ປີໃໝ່ລາວ ພສ 2567 ຈະມາເຖີງນີ້: ກົມຕໍາຫຼວດຈະລາຈອນ ຂໍອວຍພອນໄຊ ອັນປະເສີດໃຫ້ ປະຊາຊົນລາວ – ບັນດາເຜົ່າ, ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດ ຈົ່ງມີສຸຂະພາບເຂັ້ມແຂງຕະຫຼອດປີໃໝ່, ຂໍໃຫ້ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ມີຄວາມປອດໄພ 100 %.
ຂ່າວ: ເພັງຕຸລາ.
