ໃນວັນທີ 09 ພຶດສະພາ 2023 ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ທ່ານ ພັທ ແກ້ວມາ ລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ເຂົ້າຮ່ວມກອງປະຊຸມທີ່່ ນະຄອນປາກເຊ, ແຂວງຈຳປາສັກ ໂດຍກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ກ່ຽວ ກັບຄະນະກຳມະການຄວາມປອດໄພທາງຫຼວງ 09 ແຂວງພາກກາງ-ພາກໃຕ້ ໃນຮູບ ແບບເຊິ່ງໜ້າ ແລະ ຮູບແບບທາງໄກ.

ໂດຍການເປັນປະທານຂອງທ່ານ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ພ້ອມດ້ວຍຄະນະກໍາມະການ ດ້ານຄວາມປອດທາງຫຼວງ ຈາກນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງອັດຕະປື, ແຂວງເຊກອງ, ທ່ານ ສົມບັດ ສຸດທິວົງ ຕາງໜ້າອົງການຈັດຕັ້ງສາກົນ ( ທະນາຄານໂລກປະຈຳ ສປປ.ລາວ ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການລາຍງານກ່ຽວກັບຄວາມຈຳເປັນຮີບດ່ວນໃນການເພີ່ມທະວີວຽກງານຄວາມປອດໄພທາງຫຼວງໃນເງື່ອນ ໄຂໃໝ່, ການກວດກາບັງການຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ, ສະຖິຕິການເກີດອຸບປະຕິເຫດຈະລາຈອນທາງບົກ ທົບທວນຄືນຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລ ຍະປີ 2021 – 2030 ແລະ ແຜນການດຳເນີນງານ ໄລຍະປີ 2021 – 2025, ແຜນການຈັດຕັ້ງວຽກງານຄວາມປອດໄພທາງຫຼວງໃນເງື່ອນໄຂໃໝ່.

ໃນທ້າຍກອງປະຊຸມ ທ່ານ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ຍັງໄດ້ຮຽກຮ້ອງມາຍັງທຸກພາກ ສ່ວນ ຈົ່ງຮ່ວມມື, ຊ່ວຍກັນຫາວິທີທາງອອກ ພ້ອມທັງ ປັບປຸງກົນໄກເຮັດວຽກ, ກົນໄກປະສານງານ, ແບບແຜນວິທີການເຮັດວຽກ ໂດຍສະເພາະແມ່ນໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອປ້ອງກັນ ແລະ ແກ້ໄຂໃຫ້ອຸບປະຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ.
ຂ່າວ: ເພັງຕຸລາ.
