ນັບແຕ່ວັນທີ 11-17 ເມສາ 2023 ຊ່ວງໄລ ຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2566
ໃນວັນທີ 19 ເມສາ 2023 ທີ່ສະໂມງສອນກົມຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີການຖະແຫຼງຂ່າວຕໍ່ສື່່ມວນຊົນ ໂດຍ ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ:

ເພື່ອເປັນການປ້ອງກັນສະກັດກັ້ນ ແລະ ຫຼຸດຜ່ອນອຸບປະຕິເຫດທີ່ຈະເກີດຂຶ້ນ ໃນໄລຍະສະເຫຼີມ-ສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພສ 2566 ທາງກົມຕໍາຫຼວດຈະລາຈອນ ໄດ້ອອກຄຳແນະນຳ ເລກທີ 27/ກຈຈ ລົງວັນທີ 27 ມີນາ 2023 ແລະ ອອກແຈ້ງ ການ ເລກທີ 28/ກຈຈ ລົງວັນທີ 2023 ເຖີງຜູ້ໃຊ້ລົດ-ໃຊ້ຖະໜົນ ໃນການປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນ ໃນໄລຍະຫຼີ້ນບຸນປີໃໝ່ລາວ ພສ 2566, ໃຫ້ມີຄວາມປອດໄພ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ກົມ, ບັນດາແຂວງ, ນະຄອນ ຫຼວງ ແລະ ຍັງໄດ້ເປີດກອງປະຊຸມຄົ້ນຄວ້າວາງແຜນການປ້ອງກັນຮ່ວມກັບ ພະແນກຕໍາຫຼວດຈະລາຈອນແຂວງ-ນະຄອນຫຼວງ ເພື່ອກະກຽມຄວາມພ້ອມ ໂດຍຜ່ານກອງປະຊຸມແບບທາງໄກ ແລະ ຍັງມີການລົງເຄື່ອນໄຫວແນະນໍາ, ຊຸກຍູ້ທ້ອງຖິ່ນໃນການຈັດຕັ້ງປະຕິ ບັດ ວຽກງານວິຊາສະເພາະຈະລາຈອນເຮັດໜ້າທີ່ອໍານວຍຄວາມສະດວກຕາມເສັ້ນທາງ.

ໃນໄລຍະ 7 ວັນ ສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2566 ແຕ່ວັນ ທີ ວັນ ທີ 11 ເມສາ ຫາ 17 ເມສາ 2023 ມີອຸບປະຕິເຫດ ທົ່ວປະເທດ ເກີດຂື້ນ ທັງໝົດ 342 ລາຍ, ສົມທຽບໃສ່ປີຜ່ານມາ ແມ່ນເພີ່ມຂື້ນ 30 ລາຍ ເທົ່າກັບ 9,61%, ພາຫະນະເປ່ເພ 589 ຄັນ, ສົມທຽບໃສ່ປີຜ່ານມາ ແມ່ນເພີ່ມຂື້ນ 44 ຄັນ ເທົ່າກັບ 8,07 %, ຄົນໄດ້ຮັບບາດເຈັບ 611 ຄົນ, ສົມທຽບໃສ່ປີຜ່ານມາ ແມ່ນ ເພີ່ມຂື້ນ 59 ຄົນ ເທົ່າກັບ 10,68% ແລະ ມີຄົນເສຍຊີວິດ 35 ຄົນ, ຍີງ 6 ຄົນ, ສົມທຽບໃສ່ປີຜ່ານມາແມ່ນ ເທົ່າເດີມ.
ສະເພາະນະຄອນຫຼວງວຽງຈັນ ເກີດຂື້ນ 33 ລາຍ, ສົມທຽບໃສ່ປີຜ່ານມາແມ່ນ ຫຼຸດ ລົງ 12 ລາຍ ເທົ່າກັບ 26,66%, ພາຫະນະເປ່ເພ 64 ຄັນ, ສົມທຽບໃສ່ປີຜ່ານມາ ຫຼຸດລົງ 21 ຄົນ ເທົ່າກັບ 24,70%, ຄົນໄດ້ຮັບບາດເຈັບ 51 ຄົນ, ສົມທຽບໃສ່ປີຜ່ານມາແມ່ນ ຫຼຸດລົງ 19 ຄົນ ເທົ່າກັບ 27,14% ແລະ ມີຄົນເສຍຊີວິດ 07 ຄົນ, ຍີງ 03 ຄົນ ສົມທຽບໃສ່ປີຜ່ານມາແມ່ນ ຫຼຸດລົງ 01 ຄົນ ເທົ່າກັບ 12,5%.
ແຂວງທີ່ເກີດອຸບປະຕິເຫດຫຼາຍທີ່ສຸດ ແຕ່ວັນທີ 11 ຫາ 17 ເມສາ 2023 3 ອັນດັບຄື: 1. ແຂວງຈໍາປາສັກ ເກີດ 53 ລາຍ ເທົ່າກັບ 15,49%, ນະຄອນຫຼວງວຽງຈັນ ເກີດ 33 ລາຍ ເທົ່າກັບ 9,64%, 3. ແຂວງວຽງຈັນ ເກີດ 33 ລາຍ ເທົ່າກັບ 9,64%

ແຂວງທີ່ເສຍຊີວິດຫຼາຍທີ່ສຸດ ແຕ່ວັນທີ 11 ຫາ 17 ເມສາ 2023 3 ອັນດັບຄື: 1. ນະຄອນຫຼວງວຽງຈັນ ເສຍຊີວິດ 07 ຄົນ ເທົ່າກັບ 20%, 2. ແຂວງສະຫວັນນະເຂດ ເສຍຊີວິດ 05 ຄົນ ເທົ່າກັບ 14,28%, 3. ແຂວງຈຳປາສັກ ເສຍຊີວິດ 04 ຄົນ ເທົ່າກັບ 11,42%.
ພາຫະນະຮ່ວມເກີດອຸບປະຕິເຫດ ທີ່ມີຄົນເສຍຊີວິດຫຼາຍທີ່ສຸດແມ່ນ ລົດຈັກ ຕຳກັບ ລົດຈັກ 96 ລາຍ ເທົ່າກັບ 28,07%, ເສຍຊີວິດ 06 ຄົນ ເທົ່າກັບ 17,14%, ລົດຈັກ ຕໍາກັບ ລົດຍົນ 106 ລາຍ ເທົ່າກັບ 30,99%, ເສຍຊີວິດ 05 ຄົນ ເທົ່າກັບ 14,28%, ລົດຈັກລົ້ມເອງ 28 ລາຍ ເທົ່າກັບ 8,18%, ເສຍຊີວິດ 05 ຄົນ ເທົ່າກັບ 14,28%

ເຂດເກີດອຸບປະຕິເຫດ, ເທດສະບານ 168 ລາຍ, ນອກເທດສະບານ 174 ລາຍ.
ໄລຍະເວລາເກີດ ເວລາ 00:00 – 5:00 ເກີດ 23 ລາຍ ເທົ່າກັບ 6,72%, ເສຍຊີວິດ 07 ຄົນ ເທົ່າກັບ 20%, ເວລາ 6:00 – 11:00 ເກີດ 60 ລາຍ ເທົ່າກັບ 17,54%, ເສຍຊີວິດ 06 ຄົນ ເທົ່າກັບ 17,14%, ເວລາ 12:00-17:00 ເກີດ 116 ລາຍ ເທົ່າກັບ 33,91%, ເສຍຊີວິດ 10 ຄົນ ເທົ່າກັບ 28,57%, ເວລາ 18:00 – 23:00 ເກີດ 146 ລາຍ ເທົ່າກັບ 42,69%, ເສຍຊີວິດ 12 ຄົນ ເທົ່າກັບ 34,28%.
ເກນອາຍຸເກີດອຸບປະຕິເຫດແລ້ວເສຍຊີວິດ ອາຍຸຕໍ່າກວ່າ 15 ປີ, ເສຍຊີວິດ 03 ຄົນ ເທົ່າກັບ 8,57%, ອາຍຸ 16-20 ປີ, ເສຍຊີວິດ 05 ຄົນ ເທົ່າກັບ 14,28%, ອາຍຸ 21-24 ປີ, ເສຍຊີວິດ 06 ຄົນ ເທົ່າກັບ 17,14% , ອາຍຸ 45 ປີຂື້ນໄປ, ເສຍຊີວິດ 09 ຄົນ ເທົ່າກັບ 25,71%.
ສາເຫດ ທີ່ພາໃຫ້ເກີດອຸບປະຕິເຫດ ດື່ມສີ່ງມືນເມົາ 112 ກໍລະນີ ເທົ່າກັບ 32,74% ເສຍຊີວິດ 05 ຄົນ ເທົ່າກັບ 14,28%, ຄວາມໄວ 94 ກໍລະນີ ເທົ່າກັບ 27,48% ເສຍຊີວິດ 25 ຄົນ ເທົ່າກັບ 71,42%, ບໍ່ປ່ອຍສິດ 25 ກໍລະ ນີເທົ່າກັບ 7,30% , ເສຍຊີວິດ 04 ຄົນ ເທົ່າ ກັບ 11,42%, ຊີງບໍ່ຮັບປະກັນ 19 ກໍລະນີ, ເສຍຊີວິດ 01 ຄົນ, ຂັບຂີ່ອອກນອກສາຍທາງ ( ກີນທາງ ) 04 ກໍລະນີ, ປ່ຽນທິດທາງ 18 ກໍລະນີ, ບໍ່ແນບຂວາ 10 ກໍລະນີ, ກໍລະນີອື່ນໆ 60 ກໍລະນີ ເທົ່າກັບ 17,54%.
ນອກຈາກນັ້ນ ກົມຕຳຫຼວດຈະລາຈອນຍັງມີການຕັ້ງຈຸດປ້ອງກັນ ສະກັດກັ້ນ ອຸບປະຕິເຫດ ທົ່ວປະເທດ ໃນຊ່ວງໄລຍະການສະ ເຫຼີມ ສະຫຼອງບຸນປີໃໝ່ລາວ ປີນີ້ ໂດຍ ໄດ້ຕັ້ງຈຸດກວດກາພາຫະນະທັງໝົດ 31 ຈຸດ, ປະຈຳປ້ອມຄອຍເຫດ 24 ຊົ່ວໂມງ 140 ປ້ອມ, ກວດກາພາຫະນະທັງໝົດ 19.553 ຄັນ, ພົບເຫັນຜູ້ລະເມີດຜູ້ລ່ວງລະເມີດ 9.954 ຄົນ, ໄດ້ສຶກສາອົບຮົມແນະນຳ 9.527 ຄົນ, ຂຽນໃບກ່າວເຕືອນ 1.528 ຄົນ.

ໄດ້ກວດກາພົບເຫັນສີນຄ້າຜິດກົດໝາຍ ແລະ ເຄື່ອງຂອງກາງ ປະເພດຢາເສບຕິດ ຢາບ້າ 12.778 ເມັດ, ຢາໄອ 02 ຖົງ ປະເພດເຄື່ອງຂອງກາງ ອາວຸດປະດິດ 01 ກະ ບອກ, ລົດຈັກ 04 ຄັນ, ໂທສະສັບ 07 ເຄື່ອງ, ເງີນຈໍານວນ 37.140.000 ກີບ, ກັກຜູ້ຕ້ອງຫາ 11 ຄົນ.
ທັງນີ້ ກົມຕຳຫຼວດຍັງໄດ້ມີການໂຄສະນາເຜີຍແຜ່ປູກຈິດສຳນຶກ ໃນຂອບເຂດ ທົ່ວປະ ເທດ ລົງໂຄສະນາຢູ່ໂຮງຮຽນ, ສຳນັກງານ -ອົງການ ລົງໂຄສະນາຢູ່ຕາມສາມແຍກສີ່ແຍກ ແລະ ເສັ້ນທາງທີ່ສຳຄັນ, ຕິດປ້າຍໂຄສະ ນາປູກຈິດສຳນຶກຕາມ ເສັ້ນທາງ ແລະ ສະຖານທີ່ສຳຄັນ, ຈັດຂະບວນແຫ່ຄາລະວານປູກຈິດສຳນຶກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ, ຈັດກິດຈະກຳ ແຈກໝວກກັນກະທົບ, ຖົງກັນນ້ຳທີລະນຶກ ແລະ ນ້ຳດື່ມ ຕາມເສັ້ນທາງ 13 ເໜືອ-ເສັ້ນທາງ 13 ໃຕ້ ໃຫ້ແກ່ນັກຂັບຂີ່ທີ່ສັນ ຈອນໄປມາຕາມເສັ້ນທາງ.
ຂ່າວ: ເພັງຕຸລາ.
