ເພື່ອເຮັດໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 9-12 ສິງຫາ 2023 ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ ໃຫ້ມີຜົນສຳເລັດຕາມຄາດຫມາຍ ແລະ ຮັບປະກັນຄວາມປອດໄພ 100%.

ກົມຕຳຫຼວດຈະລາຈອນ ໄດ້ຈັດກຳລັງເຂົ້າປ້ອງກັນ ໃນຄັ້ງນີ້ ຈຳນວນ 73 ສະຫາຍ, ຍິງ 13 ສະຫາຍ, ນຳໃຊ້ພາຫະນະທັງໝົດ ຈຳນວນ 26 ຄັນ, ລົດຈັກໂມໂຕເປີດທາງ ຈຳນວນ 13 ຄັນ ແລະ ລົດສະຫຼາມເປີດທາງ ຈຳນວນ 13 ຄັນ.

ຕຳຫຼວດຈະລາຈອນ ກໍແມ່ນພາກສ່ວນໜື່ງທີ່ໄດ້ ເຂົ້າຮ່ວມໃນການປ້ອງກັນກອງປະຊຸມລັດຖະມົນຕີອາຊຽນ ແລະ ໄດ້ມີການເປີດທາງອຳນວຍຄວາມສະດວກ ໃຫ້ແກ່ຂະບວນລົດແຂກຕ່າງປະເທດ ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບໃນການເດີນທາງ ຂອງບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນຄັ້ງນີ້.
ພາບ-ຂ່າວ: ເພັງຕຸລາ.
