ໃນຄັ້ງວັນທີ 08 ພະຈິກ 2023, ທີ່ຜ່ານມານີ້ ກົມຕຳຫຼວດຈະລາຈອນ ຮ່ວມກັບບໍລິສັດ ວຽງຈັນ ປະກັນໄພ ໄດ້ລົງເຄື່ອນໄຫວໂຄສະນາເຜິຍແຜ່ກົດລະບຽບຈະລາຈອນ ໃຫ້ແກ່ພະນັກງານ, ຊາວໜຸ່ມ-ແມ່ຍິງ ທີ່ຄ້າຍຄຸມຂັງຕານປ່ຽວ ພາຍໃຕ້ການເປັນປະທານຮ່ວມກອງປະຊຸມ ໂດຍ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ, ພັທ ສີສະໝຸດ ທຳມະວົງສາ ຮອງຄ້າຍຄຸມຂັງຕານປ່ຽວ ມີພະນັກງານ, ຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ ທັງໝົດ 83 ຄົນ, ຍິງ 23 ຄົນ.

ຂື້ນເຜີຍແຜ່ເອກະສານໂດຍ ພັຕ ຈັນທະວີ ວິຊາການ ພະແນກໂຄສະນາ ກົມຕຳຫຼວດຈະລາຈອນ ແລະ ທ່ານ ອຳພົດ ເຫຼືອງວິໄລ ຫົວໜ້າພະແນກອຸບປະຕິເຫດ ຕາງໜ້າໃຫ້ ບໍລິສັດ ວຽງຈັນ ປະກັນໄພ ຂື້ນເຜີຍແຜ່ຄວາມສຳຄັນຂອງປະກັນໄພ ໂດຍທາມກາງບັນຍາກາດການໂຄສະນາໄດ້ດຳເນີນໄປຢ່າງຟົດຟື້ນ

ໃນຕອນທ້າຍການເຜີຍແຜ່ກົດລະບຽບຈະລາຈອນ ຍັງໄດ້ມີການແລກປ່ຽນຄວາມຮູ້, ມີການຈັດກິດຈະກຳຖາມ-ຕອບ ກ່ຽວກັບກົດລະບຽບຈະລາຈອນ, ຄວາມຮູ້ພື້ນຖານໃນການສັນຈອນ ແລະ ມີການມອບລາງວັນອີກດ້ວຍ.

ຂ່າວ: ເພັງຕຸລາ.
