ວັນທີ 22-23 ພະຈິກ 2023 ມີຫຼາຍ ພາກສ່ວນໄດ້ນຳເອົາເຄື່ອງດື່ມຈຳນວນຫຼາຍແກັດ ເຊິ່ງເປັນຜະລິດຕະພັນທີ່ທາງບໍລິສັດຜະລິດ ແລະ ຈັດຈຳໜ່າຍ ໂດຍສະເພາະແມ່ນປະເພດນ້ຳ, ເຄື່ອງດື່ມຊູກຳລັງ ມອບໃຫ້ກົມຕຳຫຼວດຈະລາຈອນ ເພື່ອແຈກຢາຍໃຫ້ ເຈົ້າໜ້າທີ່ກຳລັງປະຕິບັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນຢ່າງເຂັ້ມງວດ ແລະ ປ້ອງກັນງານບຸນນະມັດສະການພະທາດຫຼວງວຽງຈັນ ໃນລະຫວ່າງ ວັນທີ 23-27 ພະຈິກ 2023 ເພື່ອຮັບປະກັນໃຫ້ມວນຊົນທີ່ເຂົ້າມາທ່ຽວພາຍໃນງານມີຄວາມສະດວກ ແລະ ປອດໄພ 100%

ໂດຍມີ ທ່ານ ປອ ວຽງທອງ ຈັນລີວົງ ແລະ ທ່ານ ວິພາກອນ ພູສີປະເສີດ ຕາງໜ້າໃຫ້ ບໍລິສັດໂຄລາວ ມອບນ້ຳດື່ມ ຈຳນວນ 100 ແພັກ, ທ່ານ ນາງ ມະນີສາຄອນ ລາດສະບຸດ, ມອບ ນໍ້ຳດື່ມ ຈໍານວນ 20 ແກັດ ແລະ ເຄື່ອງດື່ມຊູກໍາລັງ ຈໍານວນ 10 ແກັດ, ທ່ານ ທະນົງສິນ ໄຊຍະແສງ ຕາງໜ້າໃຫ້ ບໍລິສັດ ເອັກຊິມ ຈຳກັດຜູ້ດຽວ ມອບນ້ຳດື່ມ ຈຳນວນ 30 ແພັກ.

ໂອກາດນີ້, ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຊຸກຍູ້ໃນຄັ້ງນີ້ ເຊິ່ງຖືວ່າເປັນຂວັນກຳລັງໃຈໜຶ່ງທີ່ມອບໃຫ້ເຈົ້າໜ້າທີ່-ທີ່ເອົາໃຈໃສ່ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ.
ພາບ-ຂ່າວ: ເພັງຕຸລາ ວົງພະຈັນ.
