
ໃນວັນທີ 19 ມີນາ 2024 ທີ່ຜ່ານມານີ້ ກົມຕຳຫຼວດຈະລາຈອນ ເຄື່ອນໄຫວຊຸກຍູ້ ຝຶກອົບຮົມວິຊາສະເພາະວຽກງານໂຄສະນາ ໃຫ້ແກ່ຕຳຫຼວດຈະລາຈອນ ປກສ ແຂວງໄຊຍະບູລີ, ນຳພາໂດຍ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ, ມີວິທະຍາກອນ ຈຳນວນ 04 ສະຫາຍ ແລະ ນັກສຳມະນາກອນ ຈຳນວນ 36 ສະຫາຍ, ຍິງ 01 ສະຫາຍ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ອີກດ້ວຍ.

ຜ່ານການຝຶກອົບຮົມວິຊາສະເພາະວຽກງານໂຄສະນາ ໃຫ້ບັນດານັກສຳມະນາກອນ ໄດ້ຮູ້ພື້ນຖານການໂຄສະນາ ແລະ ເປັນການຍົກລະດັບ ລົງເລິກວຽກງານວິຊາສະເພາະໃຫ້ແກ່ຕຳຫຼວດຈະລາຈອນ ປກສ ແຂວງໄຊຍະບູລີ ເວົ້າລວມແມ່ນຜູ້ທີ່ຈະເຮັດວຽກງານໂຄສະນາເຜີຍແຜ່ປູກຈິດສຳນຶກໃຫ້ແກ່ມວນຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມໃຫ້ຄວາມຮ່ວມມືໃນການປະຕິບັດກົດລະບຽບຈະລາຈອນທາງບົກ.

ການຝຶກອົບຮົມໃນຄັ້ງນີ້ ເຫັນໄດ້ວ່າມີຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້, ນອກນີ້, ຍັງໄດ້ມີການໃຫ້ບັນດານັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ລົງໂຄສະນາຕົວຈິງ ທີ່ໂຮງຮຽນມັດຖະຍົມສົມບູນຊົນເຜົ່າ, ມີບັນດາຄູອາຈານ, ນ້ອງນັກຮຽນເຂົ້າຮ່ວມຮັບຟັງ ຈຳນວນ 306 ຄົນ, ຍິງ 124 ຄົນ.

ຂ່າວ: ເພັງຕຸລາ.
